ປະຫວັດຫຍໍ້  ທ່ານ ນາງ ຄາມິກາວະ ໂຢໂກະ (Ms. KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ

ປະຫວັດຫຍໍ້  ທ່ານ ນາງ ຄາມິກາວະ ໂຢໂກະ (Ms. KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ

-    ຊື່ ແລະ ນາມະສຸນ:    ທ່ານ ນ. KAMIKAWA Yoko (ຄາມິກາວະ ໂຢໂກະ)
-    ວັນເດືອນປີເກີດ: 1 ມີນາ 1953 (ອາຍຸ: 70 ປີ)
-    ສັງກັດ:    ພັກເສລີປະຊາທິປະໄຕຍີ່ປຸ່ນ (LDP), ສະມາຊິກສະພາຜູ້ແທນຣາຊະດອນ (ສະພາຕໍ່າ).
-    ຮັບຕໍາແໜ່ງສໍາຄັນຜ່ານມາ:    ວ່າການເລຂາທິການພັກ LDP; ລັດຖະມົນຕີກະຊວງຍຸຕິທໍາ (ຄະນະລັດຖະບານ ABE ແລະ ຄະນະລັດຖະບານ SUGA) ແລະ ອື່ນໆ.
-    ການສຶກສາ:     
-    ຈົບການສຶກສາລະດັບປະລິນຍາໂທ ດ້ານການບໍລິຫານລັດ, Harvard University.
-    ຈົບການສຶກສາລະດັບປະລິນຍາຕີ, ມະຫາວິທະຍາໄລໂຕກຽວ.
-    ມີນາ 1977 ຈົບການສຶກສາລະດັບປະລິນຍາຕີ, ມະຫາວິທະຍາໄລໂຕກຽວ.
-    ມິຖຸນາ 1988 ຈົບການສຶກສາລະດັບປະລິນຍາໂທ ດ້ານການບໍລິຫານລັດ, Harvard University
-    ທັນວາ 1988 ປະທານ ບໍລິສັດ Globalink Research Institute ມະຫາຊົນ
-    ມິຖຸນາ 2000: ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທໍາອິດ. 
-    ພະຈິກ 2003: ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 2. 
-    ປີ 2000 - 2004: ຮອງປະທານ ກອງປະຊຸມແມ່ຍິງຂອງ IPU (Inter-Parliamentary Union). 
-    ກັນຍາ 2005: ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 3. 
-    ພະຈິກ 2005: ຮອງລັດຖະມົນຕີກະຊວງພາຍໃນ ແລະ ການສື່ສານ. 
-    ພະຈິກ 2006: ຮອງປະທານຄະນະຄົ້ນຄວ້ານະໂຍບາຍ ພັກ LDP 
-    ສິງຫາ 2007 ລັດຖະມົນຕີປະຈໍາສໍານັກງານນາຍົກລັດ ຖະມົນຕີຮັບຜິດຊອບສົ່ງເສີມຄວາມສະເໝີພາບຍິງ-ຊາຍແລະ ວຽກງານສັງຄົມຕ່າງໆ. 
-    ມີນາ 2008: ລັດຖະມົນຕີຮັບຜິດຊອບວຽກງານການຄຸ້ມ ຄອງເອກະສານແຫ່ງຊາດ (ຄະນະລັດຖະບານ FUKUDA). 
-    ທັນວາ 2012: ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 4. 
-    ກັນຍາ 2013: ຮອງລັດຖະມົນຕີກະຊວງພາຍໃນ ແລະ ການສື່ສານ. 
-    ກັນຍາ 2014: ປະທານຫ້ອງການສົ່ງເສີມການເຄື່ອນໄຫວ ຂອງແມ່ຍິງຂອງພັກ LDP; ປະ ທານກໍາມະການແຮງງານ ແລະ ສະຫວັດດີການສັງຄົມ ສະພາຕໍ່າ. 
-    ຕຸລາ 2014: ລັດຖະມົນຕີກະຊວງຍຸຕິທໍາ (ການປັບປຸງ ຄະນະລັດຖະບານ ABE ຊຸດທີ 2).
-     ທັນວາ 2014: ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 5; ລັດຖະມົນຕີກະຊວງຍຸຕິທໍາ (ຄະນະລັດຖະບານ ABE ຊຸດທີ 3). 
-    ມັງກອນ 2016: ປະທານຄະນະຄົ້ນຄວ້າລະບົບຕຸລາການ ພັກ LDP. 
-    ສິງຫາ 2017: ລັດຖະມົນຕີກະຊວງຍຸຕິທໍາ (ການປັບປຸງ ຄະນະລັດຖະບານ ABE ຊຸດທີ 3).
-     ຕຸລາ 2017: ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 6. 
-    ພະຈິກ 2017: ລັດຖະມົນຕີກະຊວງຍຸຕິທໍາ (ການປັບປຸງຄະນະລັດຖະບານ ABE ຊຸດທີ 4). ກັນຍາ 2020: ລັດຖະມົນຕີກະຊວງຍຸຕິທໍາ (ຄະນະລັດຖະບານ SUGA). 
-    ປີ 2021: ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 7; ວ່າການເລຂາທິການພັກ LDP.
-     ກັນຍາ 2023: ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນ ລັດຖະມົນຕີກະຊວງການຕ່າງປະເທດ (ການປັບປຸງຄະນະລັດຖະບານKishida ຊຸດທີ 2).

ຄໍາເຫັນ

ຂ່າວຕ່າງປະເທດ

ພັກກອມມູນິດຫວຽດນາມ ວາງບາງທິດທາງໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ຢືດໝັ້ນຄວາມເປັນເອກະລາດ, ຄວາມເປັນ ເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ.
ຜົນການສຶກສາພົບວ່າ ຝຸ່ນ PM ພົວພັນກັບມະເຮັງປອດໃນຜູ້ທີ່ບໍ່ສູບຢາ

ຜົນການສຶກສາພົບວ່າ ຝຸ່ນ PM ພົວພັນກັບມະເຮັງປອດໃນຜູ້ທີ່ບໍ່ສູບຢາ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ວາລະສານ Nature ໄດ້ພິມເຜີຍແຜ່ຜົນການສຶກສາຄົ້ນຄວ້າໃໝ່ທີ່ພົບວ່າການສໍາຜັດກັບມົນລະພິດທາງອາກາດເຊັ່ນ: ຝຸ່ນລະອອງຂະໜາດນ້ອຍ (PM) ມີຄວາມກ່ຽວຂ້ອງກັບການປ່ຽນແປງທາງພັນທຸກໍາທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍຂອງເນື້ອງອກມະເຮັງປອດຂອງຜູ້ທີ່ບໍ່ເຄີຍສູບຢາ.
ນັກຄົ້ນຄວ້າ AI ເກືອບ 60% ຂອງໂລກ ມາຈາກ ສະຫະລັດ ອາເມຣິກາ ແລະ ຈີນ

ນັກຄົ້ນຄວ້າ AI ເກືອບ 60% ຂອງໂລກ ມາຈາກ ສະຫະລັດ ອາເມຣິກາ ແລະ ຈີນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ບົດລາຍງານກ່ຽວກັບສະຖານະການຄົ້ນຄວ້າປັນຍາປະດິດ (AI) ລະດັບໂລກ (2015-2024) ຈາກກອງປະຊຸມເສດຖະກິດດີຈີຕອນໂລກ 2025 ລະບຸວ່າ, ເກືອບ 60% ຂອງນັກຄົ້ນຄວ້າ AI ຂອງໂລກແມ່ນມາຈາກ ສະຫະລັດ ອາເມຣິກາ ແລະ ຈີນ ຊຶ່ງນັກຄົ້ນຄວ້າຈາກ ສະຫະລັດ ອາເມຣິກາ ແລະ ຈີນ ກວມເອົາ 57.7% ຂອງຈຳນວນທັງໝົດທົ່ວໂລກ.
ມາເລເຊຍ ຈະສືບຕໍ່ເປັນຜູ້ນຳດ້ານພື້ນຖານໂຄງລ່າງດີຈີຕອນໃນອາຊີຕາເວັນອອກສ່ຽງໃຕ້

ມາເລເຊຍ ຈະສືບຕໍ່ເປັນຜູ້ນຳດ້ານພື້ນຖານໂຄງລ່າງດີຈີຕອນໃນອາຊີຕາເວັນອອກສ່ຽງໃຕ້

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ບົດ​ລາຍ​ງານ​ການ​ຄົ້ນ​ຄວ້າ​ຄວາມ​ສ່ຽງ​ຂອງ​ປະ​ເທດ ​ແລະ ​ອຸດສາຫະກຳ ຊຶ່ງເຮັດໂດຍ ບໍລິສັດ BMI ຊຶ່ງເປັນບໍລິສັດຍ່ອຍຂອງ Fitch Solutions ຄາດ​ຄະ​ເນ​ວ່າ: ມາ​ເລ​ເຊຍ​ຈະ​ສືບ​ຕໍ່​ເປັນ​ຜູ້ນຳ​ໜ້າ​ໃນ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ​ໃນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້.
5 ເດືອນຕົ້ນປີນີ້ ມູນຄ່າການຄ້າຂາເຂົ້າ-ຂາອອກ ເຂດທົດລອງການຄ້າເສລີຊຽງໄຮ້ ກວມເອົາຫຼາຍກວ່າ 26%

5 ເດືອນຕົ້ນປີນີ້ ມູນຄ່າການຄ້າຂາເຂົ້າ-ຂາອອກ ເຂດທົດລອງການຄ້າເສລີຊຽງໄຮ້ ກວມເອົາຫຼາຍກວ່າ 26%

ຂ່າວສານຊີອາໄອລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວຂອງຫ້ອງການຖະແຫຼງຂ່າວລັດຖະບານຈີນ ທີ່ຈັດຂຶ້ນຫວ່າງມໍ່ໆມານີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການພາສີແຫ່ງ ສປ ຈີນ ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາປີນີ້, ມູນຄ່າການຄ້າຂາເຂົ້າ-ຂາອອກຂອງເຂດທົດລອງການຄ້າເສລີຊຽງໄຮ້ບັນລຸຫຼາຍກວ່າ 900 ຕື້ຢວນ, ກວມເອົາຫຼາຍກວ່າ 26% ຂອງມູນຄ່າການຄ້າຂາເຂົ້າ-ຂາອອກຂອງເຂດທົດລອງການຄ້າເສລີທົ່ວປະເທດຈີນ.
GDP ຫວຽດນາມ 6 ເດືອນ​ຕົ້ນ​ປີ 2025 ເພີ່ມ​ຂຶ້ນ 7.52%

GDP ຫວຽດນາມ 6 ເດືອນ​ຕົ້ນ​ປີ 2025 ເພີ່ມ​ຂຶ້ນ 7.52%

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 5 ກໍລະກົດ ຜ່ານມາ; ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມສະຖິຕິ ໃຫ້ຮູ້ວ່າ: ການເຕີບໂຕ GDP ຂອງຫວຽດນາມບັນລຸລະດັບສູງສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໄດ້ຮັກສາການເຕີບໂຕເປັນປົກກະຕິ.
CDC ເຕືອນໄພໄຂ້ເລືອດອອກ ໃນ ສະຫະລັດ ອາເມຣິກາ

CDC ເຕືອນໄພໄຂ້ເລືອດອອກ ໃນ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານ; KFF Health News ລາຍງານໃນວັນທີ 2 ກໍລະກົດ ຜ່ານມາວ່າ: ເຈົ້າໜ້າທີ່ສາທາລະນະສຸກໃນລັດຄາລິຟໍເນຍ, ລັດຟລໍຣິດາ ແລະ ລັດເທັກຊັສ ກໍາລັງປະເຊີນກັບຄວາມເປັນຈິງທີ່ຫຍຸ້ງຍາກ ເນື່ອງຈາກຈໍານວນຜູ້ຕິດເຊື້ອພະຍາດໄຂ້ເລືອດອອກໃນທົ່ວປະເທດເພີ່ມຂຶ້ນເກືອບສອງເທົ່າ ຊຶ່ງເປັນສັນຍານທີ່ສະແດງໃຫ້ເຫັນວ່າພະຍາດໄຂ້ເລືອກອອກອາດກາຍເປັນບັນຫາທີ່ຍັງຄົງຄ້າງຢູ່ໃນຊຸມຊົນ.
ອິນໂດເນເຊຍ ວາງເປົ້າໝາຍຜະລິດນໍ້າ 1 ລ້ານບາເຣວຕໍ່ມື້

ອິນໂດເນເຊຍ ວາງເປົ້າໝາຍຜະລິດນໍ້າ 1 ລ້ານບາເຣວຕໍ່ມື້

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ຍູລິອອດ ຕັນຈຸງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ອິນໂດເນເຊຍ ກ່າວຫວ່າງມໍ່ໆມານີ້ວ່າ: ລັດຖະບານອິນໂດເນເຊຍ ໄດ້ວາງເປົ້າໝາຍຄັ້ງໃຫຍ່ທີ່ຈະເພີ່ມກໍາລັງການຜະລິດນໍ້າມັນພາຍໃນປະເທດເປັນ 1 ລ້ານບາເຣວຕໍ່ມື້ ພາຍໃນປີ 2029 ຫຼື 2030 ເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.
ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ ​ພົບ​ປະ​ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ

ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ ​ພົບ​ປະ​ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ

ຂ່າວສານຊີອາໄອລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານນາງ​ ເອີຊູ​ລາ ວອນ ເດີ ເລ​ເຢນ ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ ໄດ້​ພົບ​ປະ​ກັບ​ທ່ານ ​ຫວາງຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຢູ່ນະ​ຄອນຫຼວງບ​ຣຸກ​ແຊນ​ ປະ​ເທດ​ແບນ​ຊິກ.
ຫວຽດນາມ ຈັດກອງ​ປະ​ຊຸມ​ລັດ​ຖະ​ບານ ​ກັບ ບັນ​ດາ​ທ້ອງ​ຖິ່ນ​​

ຫວຽດນາມ ຈັດກອງ​ປະ​ຊຸມ​ລັດ​ຖະ​ບານ ​ກັບ ບັນ​ດາ​ທ້ອງ​ຖິ່ນ​​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ກໍລະກົດ ຜ່ານມານີ້, ຢູ່ສຳນັກງານລັດຖະບານ ຫວຽດນາມ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານກັບ ທ້ອງຖິ່ນ. ກອງປະຊຸມໄດ້ປະຕິບັດແບບທາງໄກ ກັບ 34 ແຂວງ, ນະຄອນຂຶ້ນກັບສູນກາງ ແລະ ເຊື່ອມຕໍ່ກັບຕາແສງ, ເຂດພິເສດ 3,321 ແຫ່ງ ໃນທົ່ວປະເທດ.
ເພີ່ມເຕີມ